ລະບົບລະບາຍນໍ້າຕົວເມືອງແມ່ນໄດ້ຮັບການສືບຕໍ່ປັບປຸງ ແລະ ພັດທະນາຫຼາຍຕາມແຜນທີ່ໄດ້ກຳນົດຢູ່ແຜນຜັງຊີ້ນຳລວມ ປີ 2002. ບັນດາຮ່ອງລະບາຍນໍ້າຫຼັກໃນຕົວເມືອງປະມານ 60% ແມ່ນໄດ້ຖຶກກໍ່ສ້າງເປັນຮ່ອງມາດຕະຖານ.
ປະຈຸບັນໃນເຂດຕົວເມືອງນະຄອນຫລວງວຽງຈັນ ມີ ຮ່ອງລະບາຍນໍ້າ ທັງໜົດ 53 ສາຍ. ໃນນັ້ນ 22 ຮ່ອງແມ່ນໄດ້ຮັບການກໍ່ສ້າງສຳເລັດ, 19 ຮ່ອງໄດ້ມີການສຳຫລວດ ແລະ ກຳລັງກໍ່ສ້າງ ແລະ ຍັງເຫຼື້ອ 12 ຮ່ອງບໍ່ທັນໄດ້ຖຶກສຳຫຼວດ (ແຜນຜັງທີ3).
ເຖີງຢ່າງໃດກໍ່ຕາມຍັງມີພື້ນທີ່ພັກນໍ້າ, ອ່າງພັກນໍ້າ ແລະ ໜອງບິງຈຳນວນນື່ງໄດ້ຖຶກປ່ຽນໜ້າທີ່ນຳໃຊ້ຈຳນວນໜື່ງ ແລະ ຫັນເປັນເຂດພັດ ທະນາເຊັ່ນ: ໜອງຈັນ, ບືງທາດຫຼວງ, ໜອງປີງ, ໜອງທາ ແລະ ອື່ນໆ.